ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ຍ້ອງຍໍຜົນງານ 5 ປີ

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມ ໃຫຍ່ເສນາທິການກອງທັບ ເປັນປະທານ

     ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທົ່ວກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີຍ້ອງຍໍຜົນງານ 5ປີ
ຂຶ້ນໃນວັນທີ 6 ມີນາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ-ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານ
ທົ່ວກົມໃຫຍ່ເສນາທິການ ແລະ ພາກສ່ວນທີ່ໄດ້ຮັບການຍ້ອງຍໍເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ, ດໍາລັດຂອງນາຍົກລັດ
ຖະມົນຕີ ແລະ ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຄັດເລືອກຜົນງານ 5 ປີ ເພື່ອຍ້ອງຍໍສັນລະເສີນຜົນງານໃຫ້ແກ່ນາຍ
ແລະ ພົນທະຫານ ທົ່ວກົມໃຫຍ່ເສນາທິການກອງທັບ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ແລະ ປັບປຸງກໍ່ສ້າງກົມກອງ ຕະຫຼອດໄລຍະ 5 ປີຜ່ານມາ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 75 ປີ ກະຊວງປ້ອງກັນປະເທດຕົກລົງ: ມອບຫຼຽນໄຊພິລະອາດຫານຊັ້ນ I; ໃຫ້ຈໍານວນ 4 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ II;
698 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III; 1,205 ສະຫາຍ ແລະ ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ 247 ສະຫາຍ, ຜ່ານຂໍ້ຕົກ
ລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການມອບໃບຍ້ອງຍໍ ໃຫ້ ຈໍານວນ 128 ສະຫາຍ, ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາ
ຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດ.

     ຈາກນັ້ນ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ໃຫ້ກຽດ ປະດັບຫຼຽນ ແລະ ມອບໃບຍໍຍ້ອງປະເພດຕ່າງໆ ໂດຍມີຕ່າງໜ້າຄະນະ
ກົມ-ຫ້ອງການ, ກົມກອງ ແລະ ພາກສ່ວນທີ່ໄດ້ຮັບການຍ້ອງຍໍ ຂຶ້ນຮັບຢ່າງສົມກຽດ. ໂອກາດດັ່ງກ່າວ, ສະຫາຍ ປະທານ ກໍໄດ້ມີຄໍາເຫັນໂອ້ລົມ
ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານ ທີ່ແຕ່ລະພາກສ່ວນສ້າງມາໄດ້, ພ້ອມທັງໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາ
ເປັນຕົ້ນແມ່ນໃຫ້ສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆໃຫ້ມີຄວາມເຂັ້ມແຂງ ມີຄຸນນະພາບສູງ ຮັບປະກັນໃຫ້ວຽກງານຍ້ອງຍໍສັນເສີນຖືກຕ້ອງຕາມ
ແນວທາງນະໂຍບາຍຂອງພັກ, ຖືກເປົ້າໝາຍທີ່ດີເດັ່ນແທ້, ມີຜົນງານຕົວຈິງຕິດພັນກັບການແຂ່ງຂັນ-ຍ້ອງຍໍ ( ພາຍໃຕ້ຄໍາຂັວນຮັກຊາດ ແລະ ພັດ
ທະນາ ), ປຸກລະດົມຊຸກຍູ້ພະນັກງານ-ນັກຮົບ ໃຫ້ມີນໍ້າໃຈຟົດຟື້ນປະຕິວັດ, ເສີມຂະຫຍາຍຫົວຄິດປະດິດສ້າງ, ສະຕິປັນຍາກໍາລັງແຮງ ສັງລວມ
ຂອງບຸກຄົນ ແລະ ກົມກອງລວມໝູ່, ເສີມຂະຫຍາຍ ແລະ ຮັກສາມູນເຊື້ອອັນດີງາມຂອງຕົນ, ຂອງກົມກອງເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການ
ເມືອງທີ່ພັກ-ລັດ ມອບໝາຍໃຫ້ຢ່າງມີຜົນສໍາເລັດ.

ແຫຼ່ງຂ່າວໂດຍ ເກດຕະວັນ
ວັນທີ 11/03/2024